banner9

ພາລະບົດບາດ

I. ທີ່ຕັ້ງ ແລະ ພາລະບົດບາດ

ພະແນກສຶກສາທິການ ແລະ ກິລາແຂວງ ຂຽນດ້ວຍອັກສອນຫຍໍ້ວ່າ: "ສກຂ" ເປັນອົງການບໍລິຫານຕາມສາຍຕັ້ງໃນລະບົບບໍລິຫານ, ຄຸ້ມຄອງ ຂອງກະຊວງສຶກສາທິການ ແລະ ກິລາ ເຊິ່ງມີພາລະບົດບາດໃນການຜັນຂະຫຍາຍ, ວາງແຜນ, ຈັດຕັ້ງປະຕິບັດ, ຄຸ້ມຄອງ, ກວດກາ ແລະ ປະເມີນຜົນວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

II. ໜ້າທີ່

ພະແນກສຶກສາທິການ ແລະ ກິລາແຂວງ ມີໜ້າທີ່ ດັ່ງນີ້:
1. ຜັນຂະຫຍາຍແນວທາງນະໂຍບາຍ, ກົດລະບຽບ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍຂອງລັດ, ທິດທາງແຜນການ ແລະ ຍຸດທະສາດ ຂອງກະຊວງສຶກສາທິການ ແລະ ກິລາ ເພື່ອສ້າງເປັນແຜນພັດທະນາວຽກງານຂອງຕົນ;
2. ສ້າງ, ປັບປຸງ ບັນດານິຕິກໍາ, ລະບຽບການຕ່າງໆໃນການຄຸ້ມຄອງວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ພາຍໃນແຂວງ;
3. ໂຄສະນາເຜີຍແຜ່ກົດໝາຍ, ລະບຽບການ, ແຜນການ, ແຜນງານ, ໂຄງການພັດທະນາການສຶກສາ, ວິທະຍາສາດ ແລະ ກິລາພາຍໃນແຂວງ;
4. ປັບປຸງການຈັດຕັ້ງ ແລະ ການຄຸ້ມຄອງການສຶກສາ ແລະ ກິລາ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ - ສັງຄົມ ຂອງແຂວງ ແລະ ລັດຖະບານ ໃນແຕ່ລະໄລຍະ;
5. ຊີ້ນໍາ, ນໍາພາ ຈັດຕັ້ງປະຕິບັດແຜນການ ການສຶກສາກ່ອນໄວຮຽນ, ສາມັນສຶກສາ, ການລົບລ້າງຄວາມບໍ່ຮູ້ໜັງສື, ການຍົກລະດັບ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ;
6. ຈັດພິມຫົວບົດສອບເສັງ, ຈັດຕັ້ງປະຕິບັດການສອບເສັງຈົບຊັ້ນ, ອອກປະກາສະນິຍະບັດຊັ້ນມັດທະຍົມຕອນປາຍໃນໂຮງຮຽນທັງພາກລັດ ແລະ ເອກະຊົນ ແລະ ຂື້ນທະບຽນປະກາສະນິຍະບັດມັດທະຍົມຕອນຕົ້ນ ແລະ ອາຊີວະສຶກສາຊັ້ນຕົ້ນ;
7. ຄົ້ນຄວ້າ ແລະ ຄັດເລືອກການໃຫ້ຕໍາແໜ່ງວິຊາການຄູພາຍໃນແຂວງ;
8. ສ້າງ, ພັດທະນາຫຼັກສູດທ້ອງຖິ່ນ, ອຸປະກອນ, ສື່ການຮຽນ - ການສອນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ເພື່ອຮັບໃຊ້ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ພາຍໃນແຂວງ;
9. ຄຸ້ມຄອງບັນດາໂຮງຮຽນມັດທະຍົມຕອນປາຍ, ມັດທະຍົມສົມບູນ, ໂຮງຮຽນສາມັນກິນນອນຊົນເຜົ່າ, ໂຮງຮຽນວິຊາຊີບ, ສູນຝຶກວິຊາຊີບ, ສູນສຶກສານິເທດ, ສູນໄອຊີທີ, ສູນການສຶກສານອກໂຮງຮຽນ, ວິທະຍາໄລ, ສະຖານການສຶກສາສົງ, ສະໂມສອນກິລາ, ຫົວໜ່ວຍທຸລະກິດ, ສະໜາມກິລາ ແລະ ຫົວໜ່ວຍວິຊາການອື່ນ ທີ່ຂື້ນກັບແຂວງ;
10. ສາງແຜນພັດທະນາຊັບພະຍາກອນມະນຸດ, ແຜນການກໍ່ສ້າງ, ຝຶກອົບຮົມ, ຍົກລະດັບ, ຄຸຝຶກກິລາ - ກາຍຍະກໍາ ແລະ ບຸກຄະລາກອນການສຶກສາ ແລະ ກິລາ ພາຍໃນແຂວງ;
11. ສ້າງແຜນການຈັດຕັ້ງການຮຽນ - ການສອນ ກ່ຽວກັບ ການສຶກສາຮຽນຮູ້ຕະຫຼອດຊິວິດ ພາຍໃນແຂວງ;
12. ຈັດຕັ້ງປະຕິບັດວຽກງານພະລະ ແລະ ສິລະປະສຶກສາ, ກິລາ - ກາຍຍະກໍາມວນຊົນ, ກິລາລະດັບສູງ ພາຍໃນແຂວງ;
13. ຄຸ້ມຄອງ, ສ້າງຖານເກັບກໍາຂໍ້ມູນຂ່າວສານການສຶກສາ ແລະ ກິລາ, ຄູ ແລະ ນັກຮຽນ ພາຍໃນແຂວງ;
14. ຄຸ້ມຄອງ ແລະ ບຸກຄະລາກອນການສຶກສາ ແລະ ກິລາ ຕາມການແບ່ງຂັ້ນຄຸ້ມຄອງ;
15. ຄົ້ນຄວ້າ ການບັນຈຸ, ສັບຊ້ອນ, ການແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາແໜ່ງ, ຍ້ອງຍໍ, ປະຕິບັດວິໄນ, ການກໍານົດຕໍາແໜ່ງງານຂອງຄູ ແລະ ບຸກຄະລາກອນການສຶກສາ ແລະ ກິລາ ຕາມກົດໝາຍ ແລະ ລະບຽບການ;
16. ຄຸ້ມຄອງ ແລະ ບໍລິຫານງົບປະມານການເງິນ, ການບັນຊີ, ສັບສິນ - ວັດສະດຸ, ການປຸກສ້າງ - ສ້ອມແປງ, ການຈັດຊື້ - ຈັດຈ້າງ ດ້ວຍທຶນຂອງລັດ, ການເຊັນສັນຍາຜູກພັນ ແລະ ຊໍາລະສະສາງການຈັດຊື້, ຈັດຈ້າງ ຕາມການແບ່ງຂັ້ນຄຸ້ມຄອງພ້ອມທັງສະຫຼຸບ ແລະ ລາຍງານ ຕາມລະບຽບທີ່ໄດ້ກໍານົດໄວ້;
17. ປະສານສົມທົບກັບພາກສ່ວນຕ່າງໆ ແລະ ນໍາເອົາຜົນສໍາເລັດຂອງການຄົ້ນຄວ້າ ທາງດ້ານວິທະຍາສາດ ແລະ ນະວັດຕະກໍາ ຈັດຕັ້ງເຜີຍແຜ່ໃຫ້ແກ່ການຈັດຕັ້ງ ແລະ ສັງຄົມ ພາຍໃນແຂວງ;
18. ເກັບກໍາ, ແນະນໍາ, ບໍລິການ ແລະ ສະໜອງຂໍ້ມູນຂ່າວສານ ທາງດ້ານວິທະຍາສາດ ແລະ ນະວັດຕະກໍາ ໃຫ້ແກ່ການຈັດຕັ້ງ ແລະ ສັງຄົມ ພາຍໃນແຂວງ ຢ່າງທົ່ວເຖິງ;
19. ຊີ້ນໍາຫ້ອງການສຶກສາທິການ ແລະ ກິລາເມືອງ;
20. ພົວພັນ, ຮ່ວມມືກັບສາຍຕັ້ງ, ສາຍຂວາງ ແລະ ອົງການຈັດຕັ້ງສາກົນທັງພາຍໃນ, ຕ່າງປະເທດ ເພື່ອພັດທະນາການສຶກສາ ແລະ ກິລາພາຍໃນແຂວງ ຕາມການມອບໝາຍ;
21. ຊີ້ນໍາ, ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຜົນ, ປະກັນຄຸນນະພາບ ແລະ ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ສາຍຕັ້ງ ແລະ ສາຍຂວາງທີ່ຕົນຂື້ນກັບ ໃນແຕ່ລະໄລຍະ;
22. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຂັ້ນເທິງ.

III. ຂອບເຂດສິດ

ພະແນກສຶກສາທິການ ແລະ ກິລາແຂວງ ມີສິດດັ່ງນີ້:
1. ສະເໜີຕໍ່ລັດຖະມົນຕີ ແລະ ເຈົ້າແຂວງ ພະຈາລະນາ ແລະ ຮັບຮອງແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ;
2. ສະເໜີຕໍ່ລັດຖະມົນຕີ ພິຈາລະນາ ແລະ ຮັບຮອງແຜນພັດທະນາຊັບພະຍາກອນມະນຸດ, ແຜນການກໍ່ສ້າງ, ຝຶກອົບຮົມ, ຍົກລະດັບຄູ ແລະ ບຸກຄະລາກອນການສຶກສາ ແລະ ກິລາ ພາຍໃນແຂວງ;
3. ສະເໜີຕໍ່ລັດຖະມົນຕີ ແລະ ເຈົ້າແຂວງ ຈັດຕັ້ງການແຂ່ງຂັນກິລາ - ກາຍຍະກໍາມວນຊົນ, ກິລາລະດັບສູງ ແລະ ກິລານັກຮຽນ ພາຍໃນແຂວງ;
4. ສະເໜີລັດຖະມົນຕີ ພິຈາລະນາ, ອະນຸມັດ, ປັບປຸງ, ສ້າງຫຼື ຍຸບເລີກ ບັນດານິຕິກໍາຄຸ້ມຄອງການສຶກສາ ແລະ ກິລາທີ່ບໍ່ສອດຄ່ອງ;
5. ສະເໜີຕໍ່ລັດຖະມົນຕີ ແລະ ເຈົ້າແຂວງ ພິຈາລະນາ, ອະນຸມັດ, ສ້າງຕັ້ງ ຫຼື ຍຸບເລີກ ການຈັດຕັ້ງ, ສະຖານການສຶກສາ ແລະ ສະໜາມກິລາ ໃນຂັ້ນຄຸ້ມຄອງຂອງຕົນ;
6. ສະເໜີການແຕ່ງຕັ້ງ, ປົດຕໍາແໜ່ງ, ບັນຈຸ, ສັບຊ້ອນ, ຍົກຍ້າຍ, ຍ້ອງຍໍ, ປະຕິບັດວິໄນ, ການກໍານົດຕໍາແໜ່ງງານຂອງຄູ ແລະ ບຸກຄະລາກອນການສຶກສາ ແລະ ກິລາ ຕາມການແບ່ງຂັ້ນຄຸ້ມຄອງ ແລະ ຕາມກົດໝາຍ ແລະ ລະບຽບການ;
7. ຄຸ້ມຄອງ ແລະ ນໍາໃຊ້ງົບປະມານ, ວັດຖຸ - ຊັບສິນ, ກອງທຶນ, ທຶນຊ່ວຍເຫຼືອປະເພດຕ່າງໆ ຕາມການອະນຸມັດ ຂອງລັດຖະມົນຕີ ແລະ ເຈົ້າແຂວງ;
8. ປະຕິບັດໂຄງການຊ່ວຍເຫຼືອລ້າ, ໂຄງການຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕາມການອະນຸມັດ ຂອງລັດຖະມົນຕີ ແລະ ເຈົ້າແຂວງ;
9. ສະເໜີລັດຖະມົນຕີ ຄຸ້ມຄອງຊັບສິນທາງປັນຍາ ແລະ ລິຂະສິດທາງດ້ານການສຶກສາ ແລະ ກິລາ;
10. ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຂັ້ນເທິງ.